ລັດຖະບານລັດວິກຕໍເຣັຍໄດ້ອອກທຶນເປັນຈຳນວນເງິນ ເກືອບ $5 ພັນລ້ານໃນລະຫວ່າງທົດສະວັດນີ້ ເພື່ອເປັນການແນະນຳໃນການສະໜອງທຶນແບບທົ່ວເຖິງໃຫ້ແກ່ໂຄງການຊັ້ນອະນຸບານສຳລັບເດັກນ້ອຍອາຍຸສາມປີ – ແລະປັດຈຸບັນກໍມີໄວ້ໃຫ້ແລ້ວຕະຫຼອດທົ່ວລັດ.
ອັນນີ້ ໝາຍເຖິງການໄດ້ຕື່ມອີກໜຶ່ງປີຂອງການຮ່ຳຮຽນ, ການເຕີບໂຕ, ການຫຼິ້ນ ແລະ ທຳຄວາມຮູ້ຈັກກັບໝູ່ເພື່ອນ ສຳລັບເດັກນ້ອຍໃນລັດວິກຕໍເຣັຍ.
ການໄດ້ປະກອບສ່ວນເຂົ້າໃນໂຄງການຊັ້ນອະນຸບານທີ່ມີຄຸນນະພາບແຕ່ອາຍຸສາມປີຈະຊ່ວຍເຊີດຊູການຮ່ຳຮຽນ, ການພັດທະນາ, ການມີສຸຂະພາບແລະພະລານາໄມທີ່ດີ ຂອງເດັກນ້ອຍ.
ເດັກທີ່ອາຍຸຍັງນ້ອຍຮຽນຮູ້ກ່ຽວກັບໂລກທີ່ຢູ່ອ້ອມຂ້າງເຂົາເຈົ້າໂດຍຜ່ານການຫຼິ້ນ
ການຮຽນທີ່ອີງໃສ່ການຫຼິ້ນແມ່ນວິທີທີ່ເດັກອາຍຸຍັງນ້ອຍຮຽນໄດ້ດີທີ່ສຸດ. ມັນຈະເຮັດໃຫ້ເດັກນ້ອຍມີໂອກາດໄດ້ໃຊ້ຈິນຕະນາການຂອງເຂົາເຈົ້າ, ກໍ່ສ້າງທັກສະດ້ານພາສາ ແລະ ຮຽນຮູ້ກ່ຽວກັບເລກແລະຮູບຮ່າງຕົວແບບ. ນອກນີ້ ເຂົາເຈົ້າຍັງຈະໄດ້ຮຽນວິທີການເຂົ້າກັນກັບຄົນອື່ນ, ແບ່ງປັນ, ຟັງ ແລະ ຮູ້ປັບອາລົມຂອງຕົນເອງ.
ເດັກນ້ອຍທຸກຄົນໃນວິກຕໍເຣັຍສາມາດເຂົ້າເຖິງທຶນອຸປະຖຳສອງປີສຳລັບຊັ້ນອະນຸບານ
ເດັກນ້ອຍທົ່ວລັດຈະໄດ້ຮັບຜົນປະໂຫຍດດັ່ງກ່າວຈາກປີ 2022 ໂດຍການເຂົ້າເຖິງການຮຽນຢ່າງນ້ອຍ ຫ້າ ຊົ່ວໂມງຈາກໂຄງການອຸປະຖຳຊັ້ນອະນຸບານນີ້ ໃນແຕ່ລະອາທິດ. ຈຳນວນຊົ່ວໂມງຈະເພີ່ມຂຶ້ນຈົນຮອດ 15 ຊົ່ວໂມງຕໍ່ອາທິດ ພາຍໃນປີ 2029.
ບໍ່ວ່າລູກຂອງທ່ານຈະໄປຮຽນຊັ້ນອະນຸບານຢູ່ໃສກໍຕາມ, ນາຍຄຣູແລະຜູ້ສອນທີ່ໄດ້ຮັບການຝຶກອົບຮົມມາ ຈະນຳພາໂຄງການນີ້.
ເດັກນ້ອຍສາມາດໄປຮຽນຊັ້ນອະນຸບານໄດ້ທີ່ສູນບໍລິການດູແລເດັກແບບຊົ່ວໂມງຍາວຍາມກາງເວັນ (ສູນຝາກເດັກ) ຫຼືຈະໄປທີ່ໂຮງຮຽນອະນຸບານໂດຍສະເພາະກໍໄດ້
ເດັກອາຍຸນ້ອຍ ຮຽນຮູ້ກ່ຽວກັບໂລກໂດຍຜ່ານການຫຼິ້ນ
ເຂົາເຈົ້າຮຽນວິທີໃນການ ເຂົ້າກັບຄົນອື່ນ, ແບ່ງປັນ, ຟັງ, ແລະ ປັບອາລົມຂອງເຂົາເຈົ້າ
ຢູ່ໃນໂຄງການຊັ້ນອະນຸບານ, ເດັກນ້ອຍໃຊ້ການຫຼິ້ນເພື່ອກໍ່ສ້າງທັກສະດ້ານພາສາ ແລະຮຽນຮູ້ກ່ຽວກັບ ເລກ ແລະ ຮູບຮ່າງຕົວແບບ
ນາຍຄຣູແລະຜູ້ສອນຈະຊ່ວຍເດັກນ້ອຍໃຫ້ເປັນຄົນ ຢາກຮູ້ຢາກເຫັນ, ມີຄວາມຄຶດສ້າງສັນ ແລະ ມີຄວາມໝັ້ນໃຈ ກ່ຽວກັບການຮ່ຳຮຽນ
-
- ໂຮງຮຽນອະນຸບານສະເພາະ
- ໂຄງການຊັ້ນອະນຸບານ - ເດັກນ້ອຍເຂົ້າຮ່ວມໂຄງການຊັ້ນອະນຸບານໃນມື້ແລະໂມງທີ່ຈັດໄວ້ແລ້ວ
- ບໍລິການດູແລຊົ່ວໂມງຍາວຍາມກາງເວັນ
- ບັນດາໂຄງການຊັ້ນອະນຸບານຕ່າງໆ - ເດັກນ້ອຍເຂົ້າຮ່ວມໂຄງການຊັ້ນອະນຸບານເປັນພາກສ່ວນໜຶ່ງຂອງການດູແລແບບຊົ່ວໂມງຍາວຂອງເຂົາເຈົ້າ
- ການສຶກສາແລະການດູແລ - ບໍລິການດູແລແບບຊົ່ວໂມງຍາວຍາມກາງເວັນສະໜອງການສຶກສາແລະການດູແລໃຫ້ແກ່ເດັກນ້ອຍອາຍຸລະຫວ່າງ 0 ຫາ 6 ປີ
ໂຄງການຊັ້ນອະນຸບານທີ່ໄດ້ຮັບທຶນອຸປະຖຳທຸກແຫ່ງຕ້ອງປະຕິບັດໃຫ້ສອດຄ່ອງກັບນະໂຍບາຍຄວາມປອດໄພແລະໄດ້ມາດຕະຖານຄຸນນະພາບທີ່ລັດຖະບານວາງອອກແລະຕ້ອງໄດ້ພັດທະນາວຽກງານຕາມແນວທາງຂອງຂອບການເຮັດວຽກກ່ຽວກັບການຮ່ຳຮຽນແລະການພັດທະນາຂອງເດັກອາຍຸຍັງນ້ອຍແຫ່ງລັດວິກຕໍເຣັຍ.
ສູນດູແລເດັກຊົ່ວໂມງຍາວຍາມກາງເວັນສາມາດສະໜອງການສຶກສາແລະການດູແລແບບເຕັມມື້, ຮວມເຖິງໂຄງການຊັ້ນອະນຸບານດ້ວຍ. ໂຄງການຊັ້ນອະນຸບານທີ່ນຳພາໂດຍນາຍຄຣູໄດ້ເຊື່ອມເຂົ້າກັບການສຶກສາແລະການດູແລໂດຍມີຊົ່ວໂມງເພີ່ມ. ຢູ່ທີ່ໂຮງຮຽນອະນຸບານໂດຍສະເພາະ, ໂຄງການຊັ້ນອະນຸບານຈະຈະຖືກດຳເນີນແຕ່ບາງມື້ແລະບາງເວລາສະເພາະ. ວັນເວລາດັ່ງກ່າວຈະຖືກວາງອອກໂດຍທາງໂຮງຮຽນອະນຸບານດັ່ງກ່າວ.
ການຕົກລົງໃຈວ່າຈະສົ່ງລູກໄປຮຽນຢູ່ໃສນັ້ນຂຶ້ນກັບວ່າມີບໍລິການໃດທີ່ມີໃຫ້ໃນຊຸມຊົນຂອງທ່ານ, ແລະ ແມ່ນຫຍັງທີ່ເປັນປັດໄຈທີ່ດີທີ່ສຸດສຳລັບຄອບຄົວຂອງທ່ານແລະລູກຂອງທ່ານ
- ໂຮງຮຽນອະນຸບານສະເພາະ
-
ໃຫ້ລົມກັບບໍລິການຊັ້ນອະນຸບານໃນເຂດທ້ອງຖີ່ນຂອງທ່ານກ່ຽວກັບຂັ້ນຕອນການຈົດຊື່ເຂົ້າຮຽນແລະເວລາທີ່ເໝາະສົມ, ແລະໃຫ້ໄປຢ້ຽມຢາມສູນບໍລິການແລະພະນັກງານຂອງເຂົາເຈົ້າ. ເພື່ອຄົ້ນຫາໂຮງຮຽນອະນຸບານໃນເຂດທ້ອງຖິ່ນຂອງທ່ານແລະຂໍ້ມູນກ່ຽວກັບການເລືອກເອົາບໍລິການທີ່ເໝາະສົມສຳລັບຄອບຄົວຂອງທ່ານ, ໃຫ້ເຂົ້າໄປເບິ່ງ: How to choose a kindergarten
ການເລືອກໃຊ້ບໍລິການຊັ້ນອະນຸບານທີ່ມີຄຸນນະພາບດີນັ້ນຈະຊ່ວຍຮັບປະກັນວ່າເດັກນ້ອຍຈະໄດ້ໃຊ້ເວລາຂອງເຂົາເຈົ້າໃຫ້ໄດ້ປະໂຫຍດສູງສຸດທີ່ໂຮງຮຽນອະນຸບານ. ທ່ານສາມາດເຂົ້າໄປເບິ່ງການວາງລະດັບຄຸນນະພາບຂອງການບໍລິການໂດຍເຂົ້າໄປເບິ່ງ
-
ການບໍລິການສ່ວນໃຫຍ່ແມ່ນມີຂັ້ນຕອນການຈົດຊື່ລົງທະບຽນເຊິ່ງເປີດໃຫ້ໃນປີກ່ອນໜ້າທີ່ເດັກນ້ອຍຈະເລີ່ມເຂົ້າຮຽນໂຄງການຊັ້ນອະນຸບານ, ສະນັ້ນ ທ່ານຄວນຄຶດເລື່ອງຈົດຊື່ລູກເຂົ້າຮຽນເມື່ອລູກຂອງທ່ານອາຍຸໄດ້ສອງປີ.
ຄອບຄົວແລະຜູ້ດູແລທີ່ມີເດັກນ້ອຍທີ່ເກີດລະຫວ່າງເດືອນມະກະຣາ ແລະ ເດືອນເມສາ ສາມາດເລືອກໄດ້ວ່າປີໃດຈະເລີ່ມເຂົ້າໃຊ້ໂຄງການຊັ້ນອະນຸບານສຳລັບເດັກນ້ອຍອາຍຸສາມປີທີ່ໄດ້ຮັບທືນ ອຸປະຖຳແບບທົ່ວເຖິງ. ບັນດາຄອບຄົວອາດຈະເລືອກທີ່ຈະໃຫ້ລູກຂອງຕົນໄປເຂົ້າຮຽນໃນປີຕໍ່ໄປເພື່ອໃຫ້ສອດຄ່ອງກັບອາຍຸເຂົ້າໂຮງຮຽນ, ໃນຂະນະທີ່ເດັກນ້ອຍຄົນອື່ນໆອາດຈະມີອາຍຸໄດ້ສອງປີເມື່ອເຂົາເຈົ້າເລີ່ມຕົ້ນ.
ເດັກນ້ອຍທີ່ເກີດລະຫວ່າງວັນທີ 1 ມະກະຣາ ແລະ 30 ເມສາ ມີສິດເຂົ້າຮຽນຊັ້ນອະນຸບານສຳລັບເດັກນ້ອຍອາຍຸສາມປີໄດ້ໃນປີທີ່ເຂົາເຈົ້າອາຍຸຮອດສາມປີຫຼືໃນປີທີ່ເຂົາເຈົ້າຮອດສີ່ປີ.
ເດັກນ້ອຍອາດຈະບໍ່ສາມາດເຂົ້າຮຽນໃນໂຄງການນີ້ໄດ້ຈົນກວ່າເຂົາເຈົ້າຈະຮອດອາຍຸສາມປີ ເມື່ອໂຮງຮຽນບໍ່ສາມາດສະໜອງໄດ້ຕາມເງື່ອນໄຂຈຳນວນຜູ້ສອນຕໍ່ຈຳນວນເດັກນ້ອຍ ສຳລັບເດັກທີ່ມີອາຍຸສອງປີ.
ເດັກນ້ອຍທີ່ເກີດລະຫວ່າງ 1 ພຶດສະພາ ແລະ 31 ທັນວາ ມີສິດເຂົ້າຮຽນກັບໂຄງການຊັ້ນອະນຸບານສຳລັບເດັກນ້ອຍອາຍຸສາມປີໄດ້ກໍຕໍ່ເມື່ອເຂົາເຈົ້າຮອດອາຍຸສີ່ປີ ແລະ ຈະມີສິດເຂົ້າຮຽນຊັ້ນອະນຸບານສຳລັບເດັກນ້ອຍອາຍຸສີ່ປີໄດ້ໃນປີທີ່ເຂົາເຈົ້າອາຍຸຮອດຫ້າປີ.
-
ວັນທີ ທີ່ເດັກເກີດ ຄຳເຫັນ 2020 2021 2022 2023 2024 21 ທັນວາ 2016 - 30 ເມສາ 2017
ບັນດາຄອບຄົວມີທາງເລືອກໃນການເລີ່ມເຂົ້າໂຮງຮຽນ
ໃນປີ 2022 ຫຼືປີ 2023ສຳລັບເດັກນ້ອຍອາຍຸ 3-ປີ
ຊັ້ນອະນຸບານ
ສຳລັບເດັກນ້ອຍອາຍຸ 4-ປີ
ຊັ້ນອະນຸບານ
ກຽມ ຫ້ອງ 1 ຫ້ອງ 2 ສຳລັບເດັກນ້ອຍອາຍຸ 3-ປີ
ຊັ້ນອະນຸບານ
ສຳລັບເດັກນ້ອຍອາຍຸ 4-ປີ
ຊັ້ນອະນຸບານ
ກຽມ ຫ້ອງ 1 1 ພຶດສະພາ - 20 ທັນວາ 2017* ສຳລັບເດັກນ້ອຍອາຍຸ 3-ປີ
ຊັ້ນອະນຸບານ
ສຳລັບເດັກນ້ອຍອາຍຸ 4-ປີ
ຊັ້ນອະນຸບານ
ກຽມ ຫ້ອງ 1 21 ທັນວາ 2017 - 30 ເມສາ 2018 ບັນດາຄອບຄົວມີທາງເລືອກໃນການເລີ່ມເຂົ້າໂຮງຮຽນ
ໃນປີ 2023 ຫຼືປີ 2024ສຳລັບເດັກນ້ອຍອາຍຸ 3-ປີ
ຊັ້ນອະນຸບານ
ສຳລັບເດັກນ້ອຍອາຍຸ 4-ປີ
ຊັ້ນອະນຸບານ
ກຽມ ຫ້ອງ 1 ສຳລັບເດັກນ້ອຍອາຍຸ 3-ປີ
ຊັ້ນອະນຸບານ
ສຳລັບເດັກນ້ອຍອາຍຸ 4-ປີ
ຊັ້ນອະນຸບານ
ກຽມ
1 ພຶດສະພາ - 20 ທັນວາ 2018* ສຳລັບເດັກນ້ອຍອາຍຸ 3-ປີ
ຊັ້ນອະນຸບານ
ສຳລັບເດັກນ້ອຍອາຍຸ 4-ປີ
ຊັ້ນອະນຸບານ
ກຽມ * ວັນທີຂອງເດືອນທັນວາແມ່ນເທີມສຸດທ້າຍຂອງເທີມ 4 ຂອງໂຮງຮຽນລັດຖະບານ. ຖ້າວ່າໂຮງຮຽນທີ່ຄອບຄົວເລືອກເອົາມີວັນສຸດທ້າຍຂອງເທີມ 4 ທີ່ໄວກວ່ານັ້ນ, ກໍຄວນເລືອກເອົາວັນທີດັ່ງກ່າວ.
-
- ບໍລິການຫຼືຜູ້ດຳເນີນການໂຮງຮຽນອະນຸບານໃນທ້ອງຖິ່ນຂອງທ່ານ, ຮວມເຖິງບໍລິການດູແລຊົ່ວໂມງຍາວຍາມກາງເວັນ
- ເທສະບານ ຫຼືພະຍາບານດູແລສຸຂະພາບແມ່ແລະເດັກ ໃນເຂດທ້ອງຖິ່ນຂອງທ່ານ
- ໂທລະສັບຫາສາຍອູ້ມຊູພໍ່ແມ່ຂອງກະຊວງສາທາລະນະສຸກ (Department of Health – DH) ທີ່ເລກໂທ 13 22 89
- ອີເມລ 3yo.kindergarten@education.vic.gov.au
ເຂົ້າໄປເບິ່ງ Three-Year-Old Kindergarten
Reviewed 07 February 2022